Posts

Showing posts from 2010

ເລື່ອງຊວນຫົວ

ຟັງຄວາມພໍ່ ພໍ່ກຳລັງສອນລູກສາວໃນຄາບເຂົ້າແລງ. ພໍ່: ລູກເອີຍ.........!ລູກເປັນແມ່ຍ່າແມ່ຍິງ ການໄປການມາ,ການກິນ ກໍໃຫ້ຄຽມໃຫ້ຄົມແດ່! ລູກຢ່າກະຟູບກະຟາບໃຫ້ເບິ່ງແບບຢ່າງຈາກແມ່ ເຈົ້າຫັ້ນເດີ້." ເມື່ອຜູ້ເປັນພໍ່ເວົ້າສຸດ ຜູ້ເປັນແມ່ຈາມຟິດຢ່າງແຮງແລ້ວ ຄຳເຂົ້າກໍຟົ້ງໄປໃສ່ໜ້າຜົວເຕັມໆເລີຍ. ລູກສາວ: ພໍ່ໆ! ແນວນິວາເພິ່ນວ່າຄ່ຽມ? ລູກກະເຮັດໄດ້ຢູ່ດອກ..........!  
Image
ເພື່ອນສະນິດ ຂອງຂ້ອຍ ລາວຊື່ດຳທີ່ຢືນຢູ່ທາງເບື້ອງຂວາມືຂອງຂ້ອຍ ສ່ວນຂ້ອຍເອງແມ່ນນຸ່ງເສື້ອເສີ້ນ ລາຍຕາກະໂລ່ ຂ້ອຍເອງຊື່ ( ຕິກ ) ພວກເຮົາໄປຫຼິ້ນທົ່ງໄຫຫີນຫີນຊຽງຂວາງນຳກັນມັນເປັນເວລາ ທີ່ຕົ້ນ ໃບຫຍ້າກຳລັງຂ່ຽວງາມດີ ອາກາດກໍ່ແຈ່ມໃສພໍດີຢູ່ບໍ່ຮ້ອນບໍ່ໜາວ ຂ້ອຍມັກອາກາດໃນເວລານີ້ຫຼາຍແຕ່ ຂ້ອຍພົບ ເພື່ອນຄົນນີ້ ເປັນເວລາປະມານ ປີກົ່ວ ລາວເປັນຄົນບໍ່ມັກປາກປານໃດແຕ່ກໍ່ມັກມ່ວນ ລາວມາຈາກ ແຂວງຄຳມ່ວນ ແຕ່ມາເຮັດວຽກຢູ່ຊຽງຂວາງ ເລີຍພົບກັນ ແລະ ຮຽນພາສາອັງກິດ ຢູ່ໃນ ໂຮງຮຽນດຽວກັນອີກ  ພວກເຮົາປຽບເໝືອນສອງອ້າຍນ້ອງຄີງໆແທ້ໆ ເລີຍ ຫຼັງຈາກນັ້ນ ດຳເລີຍໄປເຮັດວຽກຕໍ່ຢູ່ນະຄອນຫຼວງວຽງຈັນ ແຕ່ຍາກທີ່ຈະໄດ້ພົບກັນຄຕະຫຼອດ ດົນໆກ່າເຫັນໜ້າກັນເທື່ອໜຶ່ງ.

ຕິດຕໍ່ກັບພິນເຕີດ້ວຍ Network

Image
ຄັ້ງທຳອິດ ຫຼັງຈາກຕິດຕໍ່່ແລ້ວ ຄອມເຕີຈະຂໍອະນຸຍາດໃຫ້ລົງ Dirver ຈາກຄອມພີວເຕີຕິດຕໍໍ່ນັ້ນ ໝາຍເຫດ : ຖ້າຄອມພີວເຕີ ໜ່ວຍນັ້ນ ມີ ໄວລຣັດ ໃນເວລາລົງ Dirver  ໄວລຣັດຈະເຂົ້າພ້ອມເລີຍ.

ວິທີລົງ ວິນໂດ 7

Image
       1/.ກຳນົດໃນບາຍຢອ໋ດໃຫ້ຄອມພິວເຕິບຸດເຂົ້າ CD rom ດ້ວຍຕົນເອງ ວິທີທາງເຮັດອະທິບາຍຢູ່ ບຣອກ ລຸ່ມນີ້.  http://thanukham.blogspot.com/2010/11/bios.html ຫຼັງຈາກເຮົາກຳນົດແລ້ວ ໃນເວລາເຮົາໃຊ້ແຜ່ນ  Window CD ເຂົ້າໃນ  CD rom ຈະເຫັນໜ້າຈໍແບບຢູ່ລຸ່ມນີ້ ຈະອອກມາ ຫຼັງຈາກນັ້ນ ກົດ key ບ່ອນໃດກໍ່ໄດ້ທີ່ຢູ່ໃນຄີບອດ ( ຂໍໃຫ້ສັ່ງເກດໜ້າຈໍນີ້ ເພາະວ່າຊິເລື່ອນໄປໄວພໍສົມຄວນ ). 2 3/. ຄຮິກ ຕິດຕັ້ງ ຕາມທີ່ໝາຍຢູ່ໃນຮູບລຸ່ມນີ້ 4/. ຄຮິກ ເພື່ອຍອມຮັບເງື່ອນໄຂ ຕາມປາຍລູກສອນດ້ານຊ້າຍມື ແລ້ວ ຄຮິກ NEXT 5/. ວັກທີ 1 ( Upgrade )ແມ່ນການຕິດຕັ້ງ  ແບບເລື່ອນຊັ້ນ ວັກທີ 2  Custom ( advanced ) ແມ່ນການຕິດຕັ້ງເລີ່ມຕົ້ນໃໝ່ ( ລ້າງທັງໝົດ ).   6/. ການແຕ່ງຕັ້ງຊ່ອງ 7. ການລຶບຊ່ອງຫຼືເພີ່ມຊ່ອງ 8. ຕັ້ງຂະໜາດຂອງຊ່ອງ                                                          9. ກຳລັງແລ່ນ ການຕິດຕັ້ງ 10. ກຳລັງເຊື່ອມຕໍ່ ລໍຖ້າຕໍ່ໄປ 11. ຕັ້ງຊື່ ຜູ້ໃຊ້ຄອມພີວເຕິ 12 13 14 15 16

ເພຶ່ອນສະນິດ

Image
ຂ້ອຍພາ ແດນນ່ຽວ ໄປທ່ຽວ ທົ່ງໄຫ່ຫີນຊຽງຂວາງ ລາວມາ ປະເທດລາວ ເປັນຄັ້ງທຳອິດທີ່ເຫັນທົ່ງໄຫຫີນ ລາວໄດ້ເວົ້າວ່າລາວຮູ້ສຶກດີໃຈຫຼາຍທີ່ໄດ້ພົບພວກຂ້ອຍ.  ລາວມາຈາກ  CANADA  ເຊິ່ງເປັນໝູ່ຂອງ ເບລີ່ ເຂົາເຈົ້າເປັນໝູ່ຊະນິດກັນຫຼາຍ ໃນເວລາພັກແລ້ງ ແດນນ່ຽວ ໄດ້ຖືໂອກາດທີ່ດີໆ ມາຍ້ຽມຍຽມໝູ່ ທີ່ມາເຮັດວຽກຢູ່ປະເທດລາວ.ແດນນ່ຽວ ລາວເປັນຄົນເປັນກັນເອງມັກຍອກໃຍຕະຫຼອດ ພວກເຮົາໄດ້ ຢູ່ນຳກັນເປັນເວລາ 3 ອາທິດ ເທົ່ານັ້ນ ຫຼັງຈາກນັ້ນລາວກໍ່ກັບປະເທດໄທເພື່ອກຽມໄປ ປະເທດຈີນ ຕໍ່ແຕ່ ໜ້າເສຍດາຍ ລາວຈຳເປັນຕ້ອງກັບບ້ານ ເພາະວ່າລາວມາທ່ຽວ ບໍ່ໄດ້ມາຢູ່ເລີຍ.ພວກເຮົາຫວັງວ່າ ຈະພົບ ກັນອີກໃນໂອກາດໜ້າ.

ທຳມະຊາດຍາມແລງ

Image
                                       ທຳມະຊາດ ໃນຍາມແລງ ຂອງບ້ານ ຍວນ ມີມື້ ໜຶ່ງທີ່ ໜູ່ຂອງຂ້ອຍກັບມາແຕ່ປະເທດຈີນພວກເຮົາ ບໍ່ຄ່ອຍພົບກັນປານໃດ ແຕ່ວ່າລາວໄດ້ກັບຍາມຢາມ ພໍ່ແມ່ຢູ່ຊຽງຂວາງ ໃນຕອນແລງມື້ນັ້ນປະມານ 1 ໂມງ ພວກເຮົາ ໄດ້ ໄປກິນຕຳໝີ່ຢູ່ນ້ຳຄາວ ຫຼັງຈາກນັ້ນ ຮອດແລງມາປະມານ 5 ໂມງນິແຫຼະ ແລ້ວພວກເຮົາ ຊວນກັນໄປ ຕີດອກປີກໄກ່ ຢູ່ເຮືອນ ອ້າຍ ດຳ ບ້ານ ຍວນ ເພື່ອອອກກຳລັງກາຍ ດົນເຈີກັນເທື່ອ 1 ພວກຂ້ອຍທັງ 4 ຄົນ ມີ ອ້າຍ ດຳ, ນາງ ແພງພັນ ,ຕິກເຊິ່ງເປັນຂ້ອຍເອງເປັນຄົນ ຂຽນເລື່ອງນີ້ ຫັ້ນນາ ແລະ ກໍ່ ອາຈານ ມາກໄມ້ ເຊິ່ງເປັນອາຈານສອນຄອມພີວເຕີ ຂອງພວກ ເຮົາທັງ 4 ນີ້ເປັນເວລາພິເສດຫຼາຍ  ທີ່ຂ້ອຍໄດ້ຫຼິ້ນນຳໝູ່ສະນິດຂອງ ແລະ ອາຈານຂອງພວກເຮົາ 

Power supply

Power supply  ແມ່ນອຸປະກອນ ໜຶ່ງທີ່ກຳນົດໄຟຟ້າໃຫ້ເຄຶ່ອງຈັກ ຄອມພິວເຕີ ແລະ ເປັນບ່ອນແຍກກະແສໄຟຟ້າໃຫ້ເປັນ  5  V  ແລະ 12 V . 5 V ແມ່ນໄປ ເມນບອດ, 12 V ໄປອຸປະກອນທີ່ໃຊ້ເຄື່ອງຈັກເຊັ່ນວ່າ:CPU ,RAM;  ໄຟຟ້າຈະເຂົ້າໃນແຕ່ລະອຸປະກອນທີ່ໃຊ້ເຄຶ່ອງ ຈັກຕາມຄວາມຕ້ອງການ. ຖ້າຕ້ອງການປ່ຽນ Power supply ຕ້ອງຮູ້ຍີ່ຫໍ່ຫຍັງ, Wattage ຂອງPower supply, ຂະໜາດໄຫຍ່ ຫຼື ນ້ອຍ.

ຮັບໃບປະກາດ ສຳລັບ ຄອມພິວເຕີ

Image
ວັນຮັບໃບປະກາດ ທີ່ສູນວິຊາຊີບຕົ້ນຊີວິດ   ນັກຮຽນ ທັງໝົດຂອງຫ້ອງ ຄອມພີວເຕີ ເທີມ 1 .ປີ2010 ນັກຮຽນລວມມີ 6ຄົນ ແຕ່ວ່າຕອນນີ້ ເຫຼືອພຽງ 2 ຄົນຍັງຮຽນ ຢູ່ໃນເວລານີ້ມີ ຂ້ອຍເອງ ຜູ້ທີ່ນຸ່ງເສື້ອຍລາຍສະກອດ  ນັ່ງຢູ່ແຈດ້ານຫຼັງສຸດ ແລະ ຜູ້ຍິງນຸ່ງເສື້ອຍແລນສີຂາວ ລາວຊື່ ໂມະ. ນອກຈາກນັ້ນ ເຂົາ ເຈົ້າໄດ້  ກັບໄປເຮັດວຽກຂອງ ໃຜລາວ ແຕ່ບາງເທື່ອພວກຈະມັກພົບກັນ ຕະຫຼອດ

ຮາດແວ

ຄອມພິວເຕີ: ແມ່ນເຄື່ອງຈັກທີ່ປະກອບດ້ວຍວົງຈອນ ເອເລັກໂທນິກເຮັດວຽກເພື່ອຄິດໄລ່ຂໍ້ມູນ. 1 ຮາດແວແມ່ນສິ່ງທີ່ເຮົາສາມາດເບິ່ງເຫັນໄດ້ ແລະ ຈັບບາຍໄດ້. Sytem unit : ແມ່ນລະບົບຂອງ ຄອມພີວເຕີ  ຕົວຢ່າງ:   CPU,RAM, Input devices: ແມ່ນອຸປະກອນທີ່ນຳຂໍ້ມູນເຂົ້າໃນ ຄອມພີວເຕີ ຕົວຢ່າງ: Keyboard , Mouse Output devices: ແມ່ນອຸປະກອນທີ່ສະແດງໃຫ້ເຮົາເຫັນຢູ່ທາງນອກ ຕົວຢ່າງ: Speaker , Screen Storage devices: ແມ່ນອຸປະກອນເກັບໃວ້ຂໍ້ມູນ ຕົວຢ່າງ: Hard disk , USB Network devices: ແມ່ນເຄື່່ອງອຸປະກອນຕ່າງໆທີ່ສຽບຕໍໍ່ ອິນເຕິເນັດ ຕົວຢ່າງ: ບັດອິນເຕິເນັດ , ມໍແດມ

English camp.

Image
   ຄົນນຸ່ງເສື້ອຕາໂກຼແມ່ນຕິກ ເດີຄົນທີ່ຢູ່ທາງຂ້າງຂ້ອຍ ເປັນໝູ່ສະນິດທີ່ສຸດລາວຊື່ດຳ, ນີ້ເປັນ ພາບຕອນທີ່ພວກເຮົາກຳລັງສະຫຼອງ ວັນປິດ  English camp ມັນເປັນພາບແຫ່ງຄວາມ ຊົງຈຳ ທີ່ດີ  ແລະ ຍັງມີຄົນໃຈດີໆ ເຊິ່ງເປັນຜູ້ອຳນວຍການ   ສູນວິຊາຊີບ ຕົ້ນຊີວິດ ບ້ານໂງຍ  Mr. Oppel  ເປັນຜູ້ນຳພາ ຈັດງານຄັ້ງນີ້, ນອກຈາກນັ້ນແລ້ວ ພວກເຮົາກໍໍ່ມີການ ຮ້ອງລຳ ທຳເພັງຢ່າງມ່ວນຊື່ນ  ກິນອາຫານ ໄປພ້ອມລວມທັງ ເຄື່ອງດື່ມທີ່ພວກເຮົາກຳລັງຖືຢູ່ນັ້ນ.ອາຫານທີ່ພວກເຮົາກິນໃນຕອນນັ້ນ ແມ່ນ ປີ້ງ Hot dog , sandwich.ຮ່າ ຮ່າ ຮ່າ! ກິນອາຫານ ຕ່າງປະເທດ ອິກ. ໃນມື້ນັ້ນ ພິເສດແທ້ໆມີທ້ອງຟ້າ ທີ່ຢູ່ດ້ານຫຼັງຂອງພວກເຮົາ ແຕ່ວ່າເບິ່ງຢູ່ໃນພາບອາດ ຈະບໍ່ແຈ້ງປານໃດ ແຕ່ຂ້ອຍຈຳໃດ້ແມ່ນງາມແທ້ງາມວ່າ ເລີຍ.ມີ ຈຳນວນ29ຄົນຢູ່ໃນນັ້ນເປັນຄັ້ງທີ່ 2 ສຳລັບຂ້ອຍທີ່ເຄີຍເຂົ້າຄ້າຍ English camp.ຢູ່ໃນສູນວິຊາຊີບຕົ້ນຊີວິດ ບ້ານ ໂງຍ ເປັນໂຮງຮຽນຂອງ ລຸງໂລ່ຍ   ແປກແທ້ເນາະ ເປັນຄົນ Canada ຫຼັງຈາກມາຢູ່ປະເທດລາວ ຊື່ ທ່ານ ກັບບ້ານທີ່ທ່ານຢູ່ປະຈຸບັນກ່າຄ້າຍ ຄືກັນເລີຍ ນີ້ເປັນເລື່ອງສັ້ນຂອງຕິກ ຕອນຮຽນຢູ່ສູນວິຊາຊີບຕົ້ນຊີວິດ.