Posts

Showing posts from November, 2010

ເລື່ອງຊວນຫົວ

ຟັງຄວາມພໍ່ ພໍ່ກຳລັງສອນລູກສາວໃນຄາບເຂົ້າແລງ. ພໍ່: ລູກເອີຍ.........!ລູກເປັນແມ່ຍ່າແມ່ຍິງ ການໄປການມາ,ການກິນ ກໍໃຫ້ຄຽມໃຫ້ຄົມແດ່! ລູກຢ່າກະຟູບກະຟາບໃຫ້ເບິ່ງແບບຢ່າງຈາກແມ່ ເຈົ້າຫັ້ນເດີ້." ເມື່ອຜູ້ເປັນພໍ່ເວົ້າສຸດ ຜູ້ເປັນແມ່ຈາມຟິດຢ່າງແຮງແລ້ວ ຄຳເຂົ້າກໍຟົ້ງໄປໃສ່ໜ້າຜົວເຕັມໆເລີຍ. ລູກສາວ: ພໍ່ໆ! ແນວນິວາເພິ່ນວ່າຄ່ຽມ? ລູກກະເຮັດໄດ້ຢູ່ດອກ..........!  
Image
ເພື່ອນສະນິດ ຂອງຂ້ອຍ ລາວຊື່ດຳທີ່ຢືນຢູ່ທາງເບື້ອງຂວາມືຂອງຂ້ອຍ ສ່ວນຂ້ອຍເອງແມ່ນນຸ່ງເສື້ອເສີ້ນ ລາຍຕາກະໂລ່ ຂ້ອຍເອງຊື່ ( ຕິກ ) ພວກເຮົາໄປຫຼິ້ນທົ່ງໄຫຫີນຫີນຊຽງຂວາງນຳກັນມັນເປັນເວລາ ທີ່ຕົ້ນ ໃບຫຍ້າກຳລັງຂ່ຽວງາມດີ ອາກາດກໍ່ແຈ່ມໃສພໍດີຢູ່ບໍ່ຮ້ອນບໍ່ໜາວ ຂ້ອຍມັກອາກາດໃນເວລານີ້ຫຼາຍແຕ່ ຂ້ອຍພົບ ເພື່ອນຄົນນີ້ ເປັນເວລາປະມານ ປີກົ່ວ ລາວເປັນຄົນບໍ່ມັກປາກປານໃດແຕ່ກໍ່ມັກມ່ວນ ລາວມາຈາກ ແຂວງຄຳມ່ວນ ແຕ່ມາເຮັດວຽກຢູ່ຊຽງຂວາງ ເລີຍພົບກັນ ແລະ ຮຽນພາສາອັງກິດ ຢູ່ໃນ ໂຮງຮຽນດຽວກັນອີກ  ພວກເຮົາປຽບເໝືອນສອງອ້າຍນ້ອງຄີງໆແທ້ໆ ເລີຍ ຫຼັງຈາກນັ້ນ ດຳເລີຍໄປເຮັດວຽກຕໍ່ຢູ່ນະຄອນຫຼວງວຽງຈັນ ແຕ່ຍາກທີ່ຈະໄດ້ພົບກັນຄຕະຫຼອດ ດົນໆກ່າເຫັນໜ້າກັນເທື່ອໜຶ່ງ.

ຕິດຕໍ່ກັບພິນເຕີດ້ວຍ Network

Image
ຄັ້ງທຳອິດ ຫຼັງຈາກຕິດຕໍ່່ແລ້ວ ຄອມເຕີຈະຂໍອະນຸຍາດໃຫ້ລົງ Dirver ຈາກຄອມພີວເຕີຕິດຕໍໍ່ນັ້ນ ໝາຍເຫດ : ຖ້າຄອມພີວເຕີ ໜ່ວຍນັ້ນ ມີ ໄວລຣັດ ໃນເວລາລົງ Dirver  ໄວລຣັດຈະເຂົ້າພ້ອມເລີຍ.

ວິທີລົງ ວິນໂດ 7

Image
       1/.ກຳນົດໃນບາຍຢອ໋ດໃຫ້ຄອມພິວເຕິບຸດເຂົ້າ CD rom ດ້ວຍຕົນເອງ ວິທີທາງເຮັດອະທິບາຍຢູ່ ບຣອກ ລຸ່ມນີ້.  http://thanukham.blogspot.com/2010/11/bios.html ຫຼັງຈາກເຮົາກຳນົດແລ້ວ ໃນເວລາເຮົາໃຊ້ແຜ່ນ  Window CD ເຂົ້າໃນ  CD rom ຈະເຫັນໜ້າຈໍແບບຢູ່ລຸ່ມນີ້ ຈະອອກມາ ຫຼັງຈາກນັ້ນ ກົດ key ບ່ອນໃດກໍ່ໄດ້ທີ່ຢູ່ໃນຄີບອດ ( ຂໍໃຫ້ສັ່ງເກດໜ້າຈໍນີ້ ເພາະວ່າຊິເລື່ອນໄປໄວພໍສົມຄວນ ). 2 3/. ຄຮິກ ຕິດຕັ້ງ ຕາມທີ່ໝາຍຢູ່ໃນຮູບລຸ່ມນີ້ 4/. ຄຮິກ ເພື່ອຍອມຮັບເງື່ອນໄຂ ຕາມປາຍລູກສອນດ້ານຊ້າຍມື ແລ້ວ ຄຮິກ NEXT 5/. ວັກທີ 1 ( Upgrade )ແມ່ນການຕິດຕັ້ງ  ແບບເລື່ອນຊັ້ນ ວັກທີ 2  Custom ( advanced ) ແມ່ນການຕິດຕັ້ງເລີ່ມຕົ້ນໃໝ່ ( ລ້າງທັງໝົດ ).   6/. ການແຕ່ງຕັ້ງຊ່ອງ 7. ການລຶບຊ່ອງຫຼືເພີ່ມຊ່ອງ 8. ຕັ້ງຂະໜາດຂອງຊ່ອງ                                                          9. ກຳລັງແລ່ນ ການຕິດຕັ້ງ 10. ກຳລັງເຊື່ອມຕໍ່ ລໍຖ້າຕໍ່ໄປ 11. ຕັ້ງຊື່ ຜູ້ໃຊ້ຄອມພີວເຕິ 12 13 14 15 16

ເພຶ່ອນສະນິດ

Image
ຂ້ອຍພາ ແດນນ່ຽວ ໄປທ່ຽວ ທົ່ງໄຫ່ຫີນຊຽງຂວາງ ລາວມາ ປະເທດລາວ ເປັນຄັ້ງທຳອິດທີ່ເຫັນທົ່ງໄຫຫີນ ລາວໄດ້ເວົ້າວ່າລາວຮູ້ສຶກດີໃຈຫຼາຍທີ່ໄດ້ພົບພວກຂ້ອຍ.  ລາວມາຈາກ  CANADA  ເຊິ່ງເປັນໝູ່ຂອງ ເບລີ່ ເຂົາເຈົ້າເປັນໝູ່ຊະນິດກັນຫຼາຍ ໃນເວລາພັກແລ້ງ ແດນນ່ຽວ ໄດ້ຖືໂອກາດທີ່ດີໆ ມາຍ້ຽມຍຽມໝູ່ ທີ່ມາເຮັດວຽກຢູ່ປະເທດລາວ.ແດນນ່ຽວ ລາວເປັນຄົນເປັນກັນເອງມັກຍອກໃຍຕະຫຼອດ ພວກເຮົາໄດ້ ຢູ່ນຳກັນເປັນເວລາ 3 ອາທິດ ເທົ່ານັ້ນ ຫຼັງຈາກນັ້ນລາວກໍ່ກັບປະເທດໄທເພື່ອກຽມໄປ ປະເທດຈີນ ຕໍ່ແຕ່ ໜ້າເສຍດາຍ ລາວຈຳເປັນຕ້ອງກັບບ້ານ ເພາະວ່າລາວມາທ່ຽວ ບໍ່ໄດ້ມາຢູ່ເລີຍ.ພວກເຮົາຫວັງວ່າ ຈະພົບ ກັນອີກໃນໂອກາດໜ້າ.