ເພື່ອນສະນິດ ຂອງຂ້ອຍ ລາວຊື່ດຳທີ່ຢືນຢູ່ທາງເບື້ອງຂວາມືຂອງຂ້ອຍ ສ່ວນຂ້ອຍເອງແມ່ນນຸ່ງເສື້ອເສີ້ນ
ລາຍຕາກະໂລ່ ຂ້ອຍເອງຊື່ ( ຕິກ ) ພວກເຮົາໄປຫຼິ້ນທົ່ງໄຫຫີນຫີນຊຽງຂວາງນຳກັນມັນເປັນເວລາ ທີ່ຕົ້ນ
ໃບຫຍ້າກຳລັງຂ່ຽວງາມດີ ອາກາດກໍ່ແຈ່ມໃສພໍດີຢູ່ບໍ່ຮ້ອນບໍ່ໜາວ ຂ້ອຍມັກອາກາດໃນເວລານີ້ຫຼາຍແຕ່
ຂ້ອຍພົບ ເພື່ອນຄົນນີ້ ເປັນເວລາປະມານ ປີກົ່ວ ລາວເປັນຄົນບໍ່ມັກປາກປານໃດແຕ່ກໍ່ມັກມ່ວນ ລາວມາຈາກ
ແຂວງຄຳມ່ວນ ແຕ່ມາເຮັດວຽກຢູ່ຊຽງຂວາງ ເລີຍພົບກັນ ແລະ ຮຽນພາສາອັງກິດ ຢູ່ໃນ ໂຮງຮຽນດຽວກັນອີກ 
ພວກເຮົາປຽບເໝືອນສອງອ້າຍນ້ອງຄີງໆແທ້ໆ ເລີຍ ຫຼັງຈາກນັ້ນ ດຳເລີຍໄປເຮັດວຽກຕໍ່ຢູ່ນະຄອນຫຼວງວຽງຈັນ
ແຕ່ຍາກທີ່ຈະໄດ້ພົບກັນຄຕະຫຼອດ ດົນໆກ່າເຫັນໜ້າກັນເທື່ອໜຶ່ງ.

Comments

Popular posts from this blog

ເລື່ອງຊວນຫົວ

ຕິດຕໍ່ກັບພິນເຕີດ້ວຍ Network

English camp.