ຄົນນຸ່ງເສື້ອຕາໂກຼແມ່ນຕິກ ເດີຄົນທີ່ຢູ່ທາງຂ້າງຂ້ອຍ ເປັນໝູ່ສະນິດທີ່ສຸດລາວຊື່ດຳ, ນີ້ເປັນ ພາບຕອນທີ່ພວກເຮົາກຳລັງສະຫຼອງ ວັນປິດ English camp ມັນເປັນພາບແຫ່ງຄວາມ ຊົງຈຳ ທີ່ດີ ແລະ ຍັງມີຄົນໃຈດີໆ ເຊິ່ງເປັນຜູ້ອຳນວຍການ ສູນວິຊາຊີບ ຕົ້ນຊີວິດ ບ້ານໂງຍ Mr. Oppel ເປັນຜູ້ນຳພາ ຈັດງານຄັ້ງນີ້, ນອກຈາກນັ້ນແລ້ວ ພວກເຮົາກໍໍ່ມີການ ຮ້ອງລຳ ທຳເພັງຢ່າງມ່ວນຊື່ນ ກິນອາຫານ ໄປພ້ອມລວມທັງ ເຄື່ອງດື່ມທີ່ພວກເຮົາກຳລັງຖືຢູ່ນັ້ນ.ອາຫານທີ່ພວກເຮົາກິນໃນຕອນນັ້ນ ແມ່ນ ປີ້ງ Hot dog , sandwich.ຮ່າ ຮ່າ ຮ່າ! ກິນອາຫານ ຕ່າງປະເທດ ອິກ. ໃນມື້ນັ້ນ ພິເສດແທ້ໆມີທ້ອງຟ້າ ທີ່ຢູ່ດ້ານຫຼັງຂອງພວກເຮົາ ແຕ່ວ່າເບິ່ງຢູ່ໃນພາບອາດ ຈະບໍ່ແຈ້ງປານໃດ ແຕ່ຂ້ອຍຈຳໃດ້ແມ່ນງາມແທ້ງາມວ່າ ເລີຍ.ມີ ຈຳນວນ29ຄົນຢູ່ໃນນັ້ນເປັນຄັ້ງທີ່ 2 ສຳລັບຂ້ອຍທີ່ເຄີຍເຂົ້າຄ້າຍ English camp.ຢູ່ໃນສູນວິຊາຊີບຕົ້ນຊີວິດ ບ້ານ ໂງຍ ເປັນໂຮງຮຽນຂອງ ລຸງໂລ່ຍ ແປກແທ້ເນາະ ເປັນຄົນ Canada ຫຼັງຈາກມາຢູ່ປະເທດລາວ ຊື່ ທ່ານ ກັບບ້ານທີ່ທ່ານຢູ່ປະຈຸບັນກ່າຄ້າຍ ຄືກັນເລີຍ ນີ້ເປັນເລື່ອງສັ້ນຂອງຕິກ ຕອນຮຽນຢູ່ສູນວິຊາຊີບຕົ້ນຊີວິດ.
Comments
Post a Comment